ວັດໂພທິຍານນາຣາມ

ວັດປ່າໂພທິຍານນາຣາມ ສາຂາແຫ່ງແຣກ ຂອງວັດໜອງປ່າພົງ ໃນຕ່າງປະເທດ. ເປັນວັດຝ່າຍເຖຣະວາດ ທີ່ເກົ່າແກ່ກວ່າໝູ່ ເກີດມາຕັ້ງແຕ່ປີ໑໙໗໗.

ທ່ານພຣະຄຣູ ພະວັນນາ ວໍຣະທັມວິເທສ (ຍານນະທະໂຣ ມະຫາເຖຣະ) ເປັນຜູ້ດໍາເນີນການອົບຣົມ ສັ່ງສອນສິນທັມ ພາທໍາວິປັສນາກັມມະຖານ.

ວັດນີ້ເປີດຮັບ ທຸກຄົນທີ່ສົນໃຈ ໃນພຸທສາສນາ ບໍ່ຈໍາກັດຊາດ. ຖ້າຫາກສົນໃຈ ຢາກຮຽນຮູ້ ໃຫ້ໄດ້ເຫັນດວ້ຍຕົນເອງແລ້ວ ໃຫ້ເບິ່ງ ລາຍການ ປະຕິບັດທັມປະຈໍາເດືອນ ແລະຕິດຕໍ່ຂໍຈອງທີ່ລວ່ງໜ້າໄວ້ກອ່ນ.

ຕາມກົດຕອ້ງສມັກເປັນສະມາຊິກ ຜູ້ອຸປຖັມວັດກອ່ນ ຈຶ່ງມີສິດ ມາປະຕິບັດໄດ້ ຕາມກໍາໜົດເວລາ ທີ່ນັດໝາຍໄວ້ໃນລາຍການ.

ຝ່າຍພາສີອາກອນ ອະນຸມັດ ຕາມກົດໝາຍປີ໑໙໐໕ ໃຫ້ວັດໂພທິຍານນາຣາມ ມີສິດຮັບປັດຈັຍ ມູນມໍຣະດົກໄດ້ ໂດຍບໍ່ຕອ້ງຫັກຈ່າຍໃຫ້ຫຼວງ ແລະສາມາດອອກໄບຮັບເງິນ ໃຫ້ແກ່ບຸກຄົນເປັນສວ່ນຕົວ ຫຼືບໍຣິສັດທາງຮ້ານຄ້າຂາຍ ນໍາໄປຫັກເປີເຊັນລົບອອກຈາກພາສີ ທີ່ຈໍາເປັນຕອ້ງເສັຍທຸກປີ ໃຫ້ແກ່ຣັຖບານຢູ່ແລ້ວ.

ສູນວັດທະນະທັມ ສັງຄະປະທີປ ເປັນສະມາຄົມຕັ້ງຂຶ້ນມາໃໝ່ ເພື່ອຊວ່ຍເຫຼືອດູແລ ກິຈການຂອງວັດ ທີ່ ນອກເໜືອໄປຈາກງານດາ້ນສາສນາ.

ວັດໂພທິຍານນາຣາມ ເກີດຂື້ນ ແລະດໍາຣົງຄົງຢູ່ໄດ້ ດວ້ຍກໍາລັງສັດທາອັນແຮງກ້າ ຂອງຊາວພຸດທຸກຄົນ ທີ່ເຫັນວ່າ ສະຖານທີ່ນີ້ເປັນເນື້ອນາບຸນ ທີ່ເກີດຄຸນມະຫາສານ.

ດວ້ຍຄຸນຂອງພຣະພຸທ ຊວ່ຍໃຫ້ຫຼຸດພົ້ນ ຈາກຄວາມງົມງາຍ

ດວ້ຍຄຸນຂອງພຣະທັມ ຊວ່ຍສລາຍບາບຮ້າຍ ແລະເວນກັມ

ດວ້ຍຄຸນຂອງເຫຼົ່າພຣະສົງຄ໌ ຊວ່ຍແນະນໍາອອກຈາກ ຄວາມຂີ້ຮ້າຍຄື:

ຈາກພໍ່ອອກແມ່ອອກ ເຂົ້າມາໄກ້ໆ ເປັນອຸບາຊົກອຸບາສິກາ.