ການຕິດຕໍ່ຂໍຈອງທີ່ເຂົ້າກັມມະຖານ ມີຂໍ້ກະຕິກາຢ່າງນີ້ :
- ເຂົ້າເປັນສະມາຊິກ ສູນວັດທະນະທັມ ສັງຄະປະທີປ ດວ້ຍການເສັຍຄ່າທໍານຽມ ບັດສະມາຊິກ ຄົນລະ ໑໐ ເອີໂຣ
- ຜູ້ມາເຂົ້າປະຕິບັດ ໃຫ້ຊວ່ຍຄ່າກິນຢູ່ຫຼັບນອນ ມື້ລະ ໔໐ ເອີໂຣ
ຖ້າມີບັນຫາ ບໍ່ສາມາດຈ່າຍ ທາງວັດອາດຍົກເວັ້ນ ລົດຄ່າລາຍວັນໃຫ້ໄດ້ ເພື່ອເປັນໂອກາດມາທໍາຄວາມສງົບ.
ການອົບຣົມສັ່ງສອນຟຣີ ເປັນທັມມະທານ ສືບຕາມຄຣູອາຈານ ຕໍ່ກັນມາແຕ່ຄັ້ງໂບຣານ. ບໍ່ມີຄ່າຈ້າງລາງວັນ ບໍ່ຕອ້ງແຕ່ງພາມາ ບະບົນຂຶ້ນຄຣູໃສ່ຄາຍ.
ການຝຶກກັມມະຖານ ເລີ້ມແຕ່ເຊົ້າ ສະນັ້ນຄວນເຂົ້າວັດ ແຕ່ຕອນແລງ ກອ່ນວັນແລກ ໃນລາຍການ. ສວ່ນຜູ້ມາແຕ່ໄກ ມາຮອດວັດເດິກແດ່ກໍໄດ້. ທາງວັດມີຫໍພັກ ແລະກຸຕິໃນປ່າໃຫ້ຢູ່.
ທາງວັດຈັດໄວ້ ມີເຊື່ອນອນ ໝອນທັງຜ້າປູ. ສວ່ນຖົງນອນ ຜ້າຫົ່ມ ແລະຂອງໄຊ້ປະຈໍາຕົວນັ້ນ ໃຫ້ຈັດຫາມາເອງ. ໃຫ້ເອົາຢາກັນຍຸງ ແລະຢາກັນແມງພິດຕອດ ມານໍາດວ້ຍ. ຜ້ານຸ່ງຂອງຖື ເອົາຂນາດໃຫຽ່ຫຼວມຕົວ ໃຫ້ສບາຍ. ເກີບແລະລອງເທົ້າ ເອົາສິ່ງທີ່ ມັນຖອດອອກເຂົ້າງ່າຍ. ຢ່າລືມ ເອົາໂຄມໄຟສາຍ ມານໍາດວ້ຍ.
ເຂົ້າມາຢູ່ໃນວັດ ຕລອດເວລາ ປະຕິບັດທັມ ໃຫ້ຮັກສາຄວາມສງົບ, ຫ້າມສູບຢາ, ປາກເວົ້າອ່ານຂຽນ. ເປີດໂອກາດ ໃຫ້ເວົ້າແຕ່ຍາມ ສອບອາຣົມກັມມະຖານ ຕອບບັນຫາທັມ ເທົ່ານັ້ນ.
ໝາຍເຫດ:
ຫາກທ່ານໄດ້ຈອງທີ່ໃວ້ແລ້ວ ແຕ່ເກີດມີຄວາມຂັດຂອ້ງ ມາບໍ່ໃດ້ ຂໍຄວານມີມາຣະຍາດ ແຈ້ງບອກ ທາງຈົດໝາຍ ຫຼືໂທຣະສັບ ໃຫ້ທາງວັດຮູ້ ເພື່ອຜູ້ອື່ນ ຈະໄດ້ມາແທນທີ່ຫວ່າງລົງ. ໂທຣະສັບມາວັດ ຍາມໃດກໍໄດ້ ເພາະ ມີເຄື່ອງຮັບບັນທຶກ ອັຕຕະໂນມັດ ຕິດໄວ້ປະຈໍາ. ໃຫ້ປາກພາສາຝຣັ່ງ.